ຊີວິດຂອງຜູ້ເຄາະຮ້າຍ ເຂື່ອນແຕກ ນຶ່ງປີ ຜ່ານໄປ

ມະນີຈັນ
2019-07-23
ອີແມວລ໌
ຄໍາເຫັນ
Share
ພິມ
ຕົວຢ່າງເຮືອນພັກຊົ່ວຄາວ ມຸງດ້ວຍສັງກະສີ
ຕົວຢ່າງເຮືອນພັກຊົ່ວຄາວ ມຸງດ້ວຍສັງກະສີ
RFA/NY

ຊາວເມືອງສນາມໄຊ ແຂວງອັດຕະປື ທີ່ປະສົບເຄາະຮ້າຍຈາກ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກ ຊຶ່ງເຮັດໃຫ້ເກີດນໍ້າຖ້ວມຄັ້ງໃຫຍ່ ຢ່າງ ກະທັນຫັນ ທຸກສິ່ງທຸກຢ່າງ ທັງເຮືອນຊານບ້ານຊ່ອງ, ວັດວາອາຮາມ, ໄຮ່ນາ ຮົ້ວສວນ, ສັດສາວາສິ່ງ ແລະຜູ້ຄົນທີ່ໜີ ບໍ່ທັນກໍຖືກກະແສ ນ້ຳພັດໄປ ເຮັດໃຫ້ຊາວບ້ານຈຳນວນຫລວງຫລາຍ ຈົມນ້ຳຕາຍ, ຝັງຢູ່ໃຕ້ຊາກສະຫລັກຫັກພັງ ແລະໃຕ້ຂີ້ຕົມ.

ປະຊາຊົນຈຳນວນນຶ່ງ ຜູ້ບໍ່ຄາດຕາຍ ກໍພາກັນເພິ່ງຢູ່ເທິງ ຫລັງຄາເຮືອນ, ຢູ່ຕາມງ່າໄມ້ ແລະບ່ອນທີ່ພໍເພິ່ງ ໃຫ້ມີຊີວິດຢູ່ໄດ້. ເຂື່ອນແຕກ ນ້ຳຖ້ວມໜັກຄັ້ງນີ້ ເປັນພັຍພິບັດອັນສຸດທີ່ໃຫຍ່ຫລວງ ທີ່ສ້າງຄວາມເສັຍຫາຍ ທັງຊີວິດ ແລະຊັບສິນ ຂອງປະຊາຊົນ ຢ່າງມະຫາສານ ແບບທີ່ບໍ່ເຄີຍເກີດມີມາກ່ອນ ໃນປວັດສາດຂອງລາວ ຊຶ່ງຜູ້ຄົນເສັຽຊີວິດ ແລະ ຫາຍສາບສູນໄປ ຢ່າງໜ້ອຍ 71 ຄົນ. ຜູ້ປະສົບພັຍມີທັງໝົດ 13 ພັນຄົນ ນຶ່ງປີຜ່ານໄປຍັງມີຜູ້ອາສັຍ ຢູ່ເຮືອນພັກ ຊົ່ວຄາວເກືອບຮອດ 5 ພັນຄົນ ຈາກ 6 ບ້ານທີ່ໄດ້ຮັບຜົລກະທົບ ຢ່າງໜັກໜ່ວງ.

ແລະມາຮອດມື້ວັນທີ 23 ກໍຣະກະດາ ປີນີ້ ພັຍພິບັດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ນໍ້າຖ້ວມຄັ້ງຮ້າຍແຮງທີ່ສຸດ ກໍຄົບຮອບ 1 ປີພໍດີ ແຕ່ ຊີວິດການເປັນຢູ່ ຂອງປະຊາຊົນຫລາຍພັນຄົນ ຢູ່ເມືອງສນາມໄຊ ໂດຍສະເພາະ ປະຊາຊົນ 6 ບ້ານ ຊຶ່ງໄດ້ຖືກໃຫ້ ໂຍກຍ້າຍ ຈາກບ່ອນ ພັກອາສັຍ ທີ່ເປັນຜ້າເຕັນ ໄປຢູ່ເຮືອນພັກຊົ່ວຄາວ ຊຶ່ງເປັນສັງກະສີ ຫລື ທີ່ເອີ້ນກັນໂດຍທົ່ວໄປ ວ່າເຮືອນເຫຼັກນັ້ນ ມາເຖິງປັດຈຸບັນ ຊີວິດ ການເປັນຢູ່ ຂອງພວກເຂົາເຈົ້າ ກໍຍັງຫຍຸ້ງຍາກ ສັບສົນຫລາຍ ບໍ່ມີຫຍັງດີຂຶ້ນ ພໍເທົ່າໃດ ຫາກ ປຽບທຽບໃສ່ ຕອນທີ່ປະສົບພັຍເຂື່ອນແຕກ -ນໍ້າຖ້ວມໃໝ່ໆ ແລະຫາກທຽບໃສ່ກ່ອນເວລາ ເກີດເຂື່ອນແຕກນັ້ນ ກໍຍິ່ງທຽບກັນບໍ່ໄດ້ເລີຍ, ດັ່ງຊາວບ້ານຜູ້ປະສົຍພັຍ ອີກຜູ້ນຶ່ງ ກ່າວວ່າ ຂີ້ຮ້າຍກວ່າ ເກົ່າເປັນ 100 ເທື່ອ:

"ດຽວນີ້ຂີ້ຮ້າຍກວ່າເປັນ 100 ເທຶ່ອ ໃນຊີວິດຄອບຄົວ ເບື້ອງຕົ້ນ ກະຫາກິນ ລູກກະຫາກິນ ຢູ່ແບບທັມດາ ຂອງຊີວິດຄອບຄົວເດ໊ ອັນນັ້ນ ກະພໍສູ້ຢູ່. ບາດມາຢູ່ຈັ່ງຊີ້ມັນຊໍ່າຖືກຄຸກແລ໊ວ ຊໍ່າຄ້າຍທະຫານຍັງບໍ່ທໍ່ລະ ຂີ້ນໍາກັນຍ່ຽວນໍາກັນ ກິນນໍາກັນຫັ້ນນະ ກະຖ່າຍນໍາກັນ ແຕ່ລະມື້ ວ່າຊັ້ນຊະ ເວົ້າຄວາມຈິງຊະ."

ເຮືອນເຫລັກກະດຽວເພິ່ນປຸກໃຫ້ ເປັນຫລັງເປັນຫລັງ ລະຫ້ອງນໍ້າກະມີຢູ່ແຕ່ລະຫລັງ ບໍ່ແມ່ນຫວະ?

"ບໍ່ມີ ຫ້ອງນໍ້າທົ່ວໄປໂລດ ເໝັນບໍ່ເໝັນນີ້. ແຕ່ລະສ້ວມ ຈົນເກືອບວ່າເອົາມືວາງ ບໍ່ໄດ້ພຸ້ນລະ ຄວາມມັນ ຕັ້ງວ່າທໍ່ໃດຄອບຄົວຢູ່ນໍາກັນ ຢາກໃຫ້ມີໂອກາດມາສູນນາຍາງ ນີ້ຈັກເທື່ອ! ຮີດຄອງປະເພນີຂອງຄົນລາວນີ໊ ເວົ້າຈັ່ງຊັ້ນໃຫ້ມັນແລ້ວ ຊໍ່າວ່າຢູ່ຄຸກສະ ເວົ້າໃຫ້ຟັງແຈ້ງ. ກະມີແຕ່ພັດລົມ ຄັນແນວມຸງສັງກະສີ ລະກະແອ້ມສັງກະສີ ນີ້ກະໃຫ້ນ້ອງຄິດເອົາວ່າ ມັນຮ້ອນຫລືບໍ່ຮ້ອນ ວ່າບໍ່ຕາຍກະຢູ່ໄດ້ວ່າຊັ້ນຊະ."

ການຢູ່ເຮືອນເຫຼັກນີ້ ຜູ້ປະສົບພັຍເຂື່ອນແຕກນໍ້າຖ້ວມ ຕ່າງກໍເວົ້າເປັນສຽງດຽວກັນວ່າ ໝຸດໝັດຄັບແຄບ ແອອັດຮ້ອນອົບເອົ້າ, ຢູ່ລຳບາກ ຫາຍໃຈຍາກ, ຢູ່ບໍ່ແບບທັມຊາດ ຂອງຄົນລາວ ທີ່ເຄີຍຢູ່ເຮືອນໃຜເຮືອນລາວ ຍ່າງໄປມາຫາກັນ ກໍສະດວກ ດັ່ງຜູ້ປະສົບພັຍ ອີກຄົນນຶ່ງ ກ່າວວ່າມັນແອອັດ ເໝັນຫ້ອງນ້ຳຫລາຍ:

"ຍາມຝົນກະອິດອັດ ມັນປຽກມັນແໜ້ນມັນຕໍ່າ ມັນຫລາຍຄົນມັນເໝັນ ສ່ວນຫລາຍເໝັນຫ້ອງນໍ້າ ກະເໝັນຫລາຍຢ່າງຫັ້ນລະ ຂອງຫລາຍຄົນ ຢູ່ນໍາກັນ ຜູ້ນຶ່ງກະມີເຄື່ອງເສດ ອັນນັ້ນ ຜູ້ນີ້ກະມີເຄື່ອງເສດອັນນີ້ ປະໃນຖົງໃນຫຍັງຫັ້ນນະ. ບໍ່ສະດວກສະບາຍ ດອກ ຈັ່ງວ່າໃນບ້ານແມ່ນີ້ ເປັນພຍາດຫລາຍໆດຽວນີ້ ສ່ວນຫລາຍຫັ້ນບໍ່ຄືເກົ່າແຫລະ."

ແລະເຣື່ອງນຶ່ງອີກທີ່ຜູ້ປະສົບພັຍ ປະເຊີນ ຄືທາງການເອົາກະຖັງມາໃຫ້ ເອົາຫົວອາຫານມາໃຫ້ ເພື່ອລ້ຽງປາຢູ່ໜ້າບ້ານ ແລະລ້ຽງໄກ່ ຊຶ່ງມີການເປັນຫ່ວງວ່າ ຈະບໍ່ເປື້ອນເປິ:

"ລໍາຄານແຮງດຽວນີ້ ຈັດເຂົ້າຈັດເຂົ້າ ບັດນີ້ສິເຮັດອ່າງປາ ຢູ່ໜ້າບ້ານເຮືອນ ເຮືອນເປັນແຖວ ມັນ 4 ແຮັກ ຫລັງນຶ່ງ 4 ແຮັກ ຫລັງນຶ່ງ ເອົາຫົວອາຫານ ອິສັງມາ ມັນສິບໍ່ເໝັນບໍ່ ບັດນີ້ອະນາມັຍ ສາທາຣະນະສຸກ 3 ສະອາດ ມັນສິບໍ່ເປັນພຍາດພເຍົາບໍ່ໂຕເອງ ຄຶດວ່າ ... ເຣື່ອງການລຽງປາລ້ຽງໄກ່ນີ້ ບໍ່ຮູ້ຄັກວ່າເພິ່ນ ຈະໃຫ້ລ້ຽງຈັກໂຕ ຊຶ່ງມາຮອດມື້ນີ້ ຍັງບໍ່ທັນເຫັນເພິ່ນ ເອົາມາໃຫ້ເທື່ອ ເຫັນແຕ່ສັງກະສີ ມຸງຄອກໄກ່ 5 ແຜ່ນ ແລະຕາໜ່າງລ້ອມຄອກໄກ່ ໂຄ້ງນຶ່ງ 10 ແມັຕ ພ້ອມຕະປູ:

"ໄກ່ນ້ອຍຍັງບໍ່ທັນມາຮອດ ເພິ່ນໃຫ້ສັງກະສີ ກະຕາໜ່າງ ມາລ້ອມໄວ້ກ່ອນ ໄກ່ສິໃຫ້ນໍາຫລັງ ໜາມໝາກຈັບ ເພິ່ນໃຫ້ມາລ້ອມ ດິນເພິ່ນໃຫ້ 20 ຄູນ 40 ດິນປຸກເຮືອນຫັ້ນລະ ຢູ່ຝາກກົງກັນຂ້າມ ກັບເຮືອນເຫລັກ."

ເວົ້າເຖິງສະພາບຄວາມເປັນຈິງ ຂອງການຢູ່ເຮືອນເຫລັກ ທີ່ບ້ານພັກຊົ່ວຄາວ ຂອງຜູ້ປະສົບພັຍຢູ່ ເມືອງສະໜາມໄຊ ທ່ານ ສາຍທອງ ແກ້ວດວງດີ ສະມາຊິກສະພາແຫ່ງຊາດ ປະທານກຳມາທິການ ກົດໝາຍສະພາແຫ່ງຊາດ ໄດ້ລອງຢູ່ໃນເຮືອນເຫລັກ ນັ້ນ 2 ຊົ່ວ;

"ທ່ານເວົ້າວ່າ ເກືອບຕາຍ ເວົ້າຊື່ໆມັນບໍ່ທັມດາຈັກໜ້ອຍ ເພາະວ່າການດໍາຣົງຊີວິດ ຢູ່ເຮືອນເຫລັກ ຂ້າພະເຈົ້າ ບໍ່ຢາກເວົ້າເຮືອນ ຕູບເຫລັກຕໍ່ກັນຈັ່ງແມ່ນພະລຶກ ວາດພາບນີ້ຂະເຈົ້າວ່າ ຢູ່ 6 ເດືອນຂ້າພະເຈົ້າໄປຢູ່ 2 ຊົ່ວໂມງກະຕາຍ ໂອ໊ຍພີ່ນ້ອງພວກເຮົາ ໄປຢູ່ 6 ເດືອນ ລົ້ມອາບຟາບພຸ້ນລະ."

ເມື່ອເວົ້າເຣື່ອງການຊ່ອຍເຫລືອ ຈາກທາງການນັ້ນ ອັນທີ່ຍັງໄດ້ຢູ່ບໍ່ຂາດ ກໍແມ່ນເຂົ້າກິນ ຊຶ່ງເບື້ອງຕົ້ນໄດ້ເຂົ້າໜຽວ ທີ່ຄົນລາວທົ່ວໄປກິນ ແຕ່ມາໃນປັດຈຸບັນ ແມ່ນໄດ້ເຂົ້າຈ້າວ ຊຶ່ງຜູ້ປະສົບພັຍຕ່າງ ກໍເວົ້າຄືກັນອີກວ່າ ເຂົ້າຈ້າວນີ້ເຂົາ ເຈົ້າບໍ່ລຶ້ງກິນ, ແຕ່ໃດໆມາ ພໍ່ແມ່ພາກິນ ແຕ່ເຂົ້າໜຽວ

ເຂົ້ານີ໊ ເປັນປົກຕິຫາກມີແຕ່ເຂົ້າຈ້າວ ແນວກິນຈົນບໍ່ໄດ້ກໍມີ ໄປຂາຍກະບໍ່ໄດ້ຂາຍ ຂອງແນວປະຊາຊົນ ຄົນບ້ານໃດ ສິໄປກິນເຂົ້າຈ້າວ ເຂົ້າຈ້າວຈັກບູດຈັກເໜົ່າ ຈົນໄຂ່ອອກມາ ຈັກມອດແມງສາບກະຍັງມີ.ເອົາມາແຕ່ໃສນໍ?.. ເອົາມາແຕ່ໃສກະບໍ່ຮູ້.

"ເຂົ້າສານເພິ່ນໃຫ້ທຸກເດືອນ ແຕ່ມັນເປັນເຂົ້າຈ້າວ ແຂງມັນກິນບໍ່ໄດ້ ເວົ້າເຣື່ອງເຂົ້າທີ່ເພິ່ນໃຫ້ ເຂົ້າຈ້າວແຂງມັນກິນບໍ່ໄດ້ ກິນບໍ່ໄດ້ກະຂາຍ ຂາຍ 1 ສອບກະມາຊື້ເຂົ້າໜຽວ ໄດ້ສອບນຶ່ງ. 4-5 ເດືອນ ແຕ່ນໍ້າຖ້ວມມາພວກໃຈບຸນ ມາບໍຣິຈາກພຸ້ນລະ ມັນມີແບບ ເຂົ້າຈ້າວເລີຍຕລອດ ເຂົ້າຈ້າວຕົກມາດຽວນີ້ ເຂົ້າຈ້າວແຂງກິນກະບໍ່ໄດ້."

ເວົ້າເຖິງດິນ ທີ່ທາງການແບ່ງປັນໃຫ້ ຕາມຄໍາເວົ້າຂອງຜູ້ປະສົບພັຍແລ້ວແມ່ນວ່າ ເບື້ອງຕົ້ນທາງການເວົ້າວ່າ ຈະໃຫ້ຜູ້ນຶ່ງ 3 ເຮັກຕາ ແລ້ວຫລຸດລົງມາໃຫ້ຜູ້ລະເຮັກຕາ. ຫຼັງຈາກໄດ້ທີ່ດິນນັ້ນແລ້ວ ມາເຖິງປັດຈຸບັນ ຜູ້ປະສົບພັຍ ກໍຍັງບໍ່ມີຄອບຄົວໃດ ໄປປູກຝັງຫຍັງໃສ່ເລີຍ ຍ້ອນເປັນດິນທີ່ຢູ່ໄກ, ເປັນດິນທີ່ບໍ່ເໝາະສົມ ສຳລັບການກະສິກັມ, ເປັນດິນທີ່ມີຫິນແຮ່ ແລະດິນຊາຍ ປູກຫຍັງກໍຈະບໍ່ເກີດ.

ແລະອີກຢ່າງນຶ່ງ ຜູ້ປະສົບພັຍ ຈຳນວນນຶ່ງ ຍັງຕັ້ງເປັນຄໍາຖາມວ່າ ຈະໄປປູກຝັງໄດ້ແນວໃດ ໃນເມື່ອບໍ່ເຄື່ອງມື ທຳການຜລິດ ແລະພາຫະນະ ທີ່ຈະພາໄປຫາດິນ ທີ່ໄດ້ຮັບຈາກການຈັດສັນ ໃຫ້ນັ້ນ ກໍບໍ່ມີ, ຫາກມີ ກໍບໍ່ມີເງິນຊື້ ນໍ້າມັນໃສ່. ຮ້າຍໄປກວ່ານັ້ນ ອັນທີ່ຮັບເອົາບໍ່ໄດ້ແທ້ໆ ຄືທາງການໃຫ້ ບໍຣິສັດຈີນ ເຂົ້າມາປູກກ້ວຍ, ໃຫ້ບໍຣິສັດວຽດນາມ ປູກມັນຕົ້ນ ແລະທາງການຂົນຂວາຍ ໃຫ້ຊາວບ້ານ ຜູ້ປະສົບໄພ ໄປເປັນຄົນງານໃຫ້ ແລະ ຈະໄດ້ຄ່າຈ້າງເປັນມື້

"ໃຫ້ຈີນເຮັດໝົດ ຈີນສວນກ້ວຍ ວຽດສວນມັນຕົ້ນ. ຕາມນະໂຍບາຍເຮົາ ກະບໍ່ແມ່ນໃຫ້ເຂົາ ໃຫ້ເຂົາເຊົ່າ ຕາມເພິ່ນວ່າ ໃຫ້ປະຊາຊົນໄປເປັນ ກັມກອນ ບໍ່ໄປລະປະຊາຊົນ ບ້ານໃໝ່ວ່າທຸກຍາກຕົກລະກໍາລໍາບາກ ບໍ່ເຄີຍໄປຮັບຈ້າງ ທໍາໄຮ່ທໍາສວນກິນດອກ ບໍ່ເຄີຍ. ຈັ່ງໃດກໍຫາກິນ ແບບຄອບຄົວ ພື້ນຖານບ້ານເມືອງ."

ດັ່ງນັ້ນ ຕົນຈຶ່ງຕັດສິນໃຈບໍ່ໄປເຮັດ. ຈັກສິໄປເຮັດແນວໃດ ທາງການເພິ່ນໄປບຸກເບີກ ທີ່ດິນໃນເຂດນັ້ນ ເພິ່ນກະບໍ່ໄດ້ຖາມຄຳຄິດເຫັນ ຂອງປະຊາຊົນຈັກໜ້ອຍ ວ່າດິນບ່ອນ ບ່ອນທີ່ທາງການ ໄປບຸກເບີກໃຫ້ນັ້ນ ມັນເໝາະສົມກັບການ ທີ່ຈະປູກເຂົ້າ, ປູກຜັກໃສ່ຫລືບໍ່, ເພິ່ນເຮັດໄປຕາມໃຈເພິ່ນໂລດ ແລ້ວມາບັງຄັບປະຊາຊົນເຮັດຕາມ ດັ່ງຊາວບ້ານຜູ້ໄດ້ຮັບຜົນກະທົບອີກຄົນກ່າວວ່າ:

"ເພິ່ນເວົ້າວ່າຂ້ອຍດຸດໃຫ້ເຈົ້າລະສິເປັນ ຫີນແຮ່ສິເປັນໂຄນເປັນໜອງອິຫຍັງ ກະເອົາ ເພິ່ນໃຫ້ໄທເຈົ້າລະໄທເຈົ້າຫາລະເອົາ ສູ່ເຈົ້າໄດ້ຂອງ ດິດອກເຂົາວ່າ ເພິ່ນວ່າແນວນັ້ນລະ ເວົ້າໃຫ້ປະຊາຊົນ ແນວນັ້ນ ປະຊາຊົນ ກະນ້ອຍໃຈ ເຮັດແນວ ໃດກະບໍ່ໄດ້ ຕອນນີ້ເຮົາກະ ບໍ່ມີປັນຍາ ອິຫຍັງສິໄປໃສ ຫັ້ນນະ ຢູ່ໄປຊື່ໆ."

ຊາວບ້ານຜູ້ທີ່ເອີ້ນຕົນເອງວ່າແມ່ ຜູ້ດຽວກັນນີ້ເວົ້າຕື່ມອີກວ່າ ທໍາອິດ ທາງການຢາກໃຫ້ປູກມັນຕົ້ນ ປູກກັບບໍຣິສັດ, ອີ່ຫຍັງຂຶ້ນກັບບໍຣິສັດໝົດ. ແຕ່ເພິ່ນບໍ່ໄດ້ເວົ້າແຈ້ງວ່າ ໃຫ້ປູກແບບໃດ ເປັນກັມກອນ ຫລື ວ່າລົງທຶນກັບບໍຣິສັດ ອັນນີ້ກໍບໍ່ເຂົ້າໃຈ:

"ດິນໃຫ້ 2 ເຮັກຕາຫັ້ນ ສິເປັນແບບວ່າບໍຣິສັດ ເຂົາສິເອົາ ເພາະວ່າທຶນບໍຣິສັດເຂົາ ມາບຸກເບີກ ບໍ່ໄດ້ຈ່າຍຄ່າດຸດ ໃຫ້ບໍຣິສັດຫັ້ນເດ໊. ເຂົາສິເຮັດເອງເຂົາ ໃຫ້ມັນຄຸ້ມຄ່າ ເຂົາມາບຸກເບີກ ຫັ້ນລະ ເປັນຊັ້ນນະໄດ້ຍິນ ເພາະບໍ່ມີເງິນຈ່າຍໃຫ້ບໍຣິສັດ."

ເຈົ້າເມືອງເຈົ້າແຂວງ ກໍບໍ່ກ້າເວົ້າໃດ໊ ເພາະວ່າເພິ່ນຢ້ານ ເສັຽບົດບາດຂອງເພິ່ນແປວ່າ ບໍຣິສັດນີ້ເຂົາຢືນຢັນວ່າ ຖ້າບໍ່ໄດ້ເງິນບຸກເບີກ ລະເຂົາບໍ່ໃຫ້ ຈັ່ງວ່າເຈົ້າເມືອງເພິ່ນວ່າ ໃຫ້ເຈົ້າເຊັນເອົາດິນຢູ່ ແຕ່ວ່າບໍ່ເປັນຂອງເຈົ້າ ກັມສິດຢູ່ກັບເພິ່ນ ຢູ່ເພິ່ນວ່າແນວ ນັ້ນນະ ມີແຕ່ວ່າໄປເຮັດນໍາ ບໍຣິສັດນີ໋ໄດ້.

ແລະອີກສິ່ງນຶ່ງ ທີ່ຜູ້ປະສົບພັຍຂ້ອງໃຈຫລາຍນັ້ນ ແມ່ນເຣື່ອງການຊົດເຊີຍຄວາມເສັຽຫາຍ ທີ່ທາງການໄດ້ມາເກັບຂໍ້ມູນ ຂຶ້ນບັນຊີ ຣາຍການເສັຽຫາຍ ຂອງແຕ່ລະຄອບຄົວ ແລ້ວໃຫ້ເຊັນຮັບເອົາຄ່າຊົດເຊີຍ 50 ເປີເຊັນ ຊຶ່ງສ່ວນໃຫຍ່ໄດ້ເຊັນຮັບເອົາ ໂດຍທີ່ບໍ່ເຫັນດີນໍາ. ແຕ່ກໍມີສ່ວນນຶ່ງ ບໍ່ຍອມເຊັນ ຍ້ອນເຫັນວ່າບໍ່ຍຸຕິທັມ.

ເຕັມຫນ້າ