ສຸຂນາມັຍໃນການຈະເຣີນພັນ ຂອງແມ່ແລະລູກ

2013-09-13
ອີແມວລ໌
ຄໍາເຫັນ
Share
ພິມ
ຊົນເຜົ່າລາວ ໃນເຂດຊົນນະບົດ ຕ້ອງເຈັ່ຽລູກນ້ອຍ ຢູ່ຕລອດ ທັງຍາມເຮັດ ວຽກບ້ານ
ຊົນເຜົ່າລາວ ໃນເຂດຊົນນະບົດ ຕ້ອງເຈັ່ຽລູກນ້ອຍ ຢູ່ຕລອດ ທັງຍາມເຮັດ ວຽກບ້ານ
RFA

 

ບັນດາຜູ້ຊ່ຽວຊານ ກໍາລັງທົບທວນ ເຖິງຄວາມພຍາຍາມ ມາເປັນ ເວລາຫລາຍປີ ເພື່ອທີ່ຈະຕ່າວປີ້ນ ແນວໂນ້ມການເສັຽຊີວິດ ຂອງ ແມ່ແລະລູກນ້ອຍໃນລາວ ທີ່ຍັງຢູ່ໃນຣະດັບ ສູງທີ່ສຸດ ໃນພາກພື້ນ ເອເຊັຽຕາເວັນອອກສ່ຽງໃຕ້. ນັບແຕ່ປີ 2011ມາ ການບໍຣິການ ປີ່ນ ປົວສຸຂພາບ ຂອງແມ່ແລະລູກນ້ອຍ ແລະການເພີ່ມງົບປະມານຣາຍ ຈ່າຍໃສ່ ດ້ານສຸຂພາບ 2 ເທົ່າຕົວ ໃນຊ່ວງທົສວັດ ຜ່ານມານັ້ນໄດ້ ຊ່ວຍແກ້ໄຂ ບັນຫານີ້ໄດ້ຫລາຍ ແຕ່ຫາກຍັງຈໍາເປັນຕ້ອງ ໄດ້ຫລຸດ ຜ່ອນການເສັຽຊີວິດ ຈາກພຍາດທີ່ປ້ອງກັນໄດ້. ຕາມຣາຍງານຂອງ ອົງການ IRIN ໃນວັນທີ 12 ກັນຍາ 2013 ນີ້.

ຮອງຜູ້ຕາງໜ້າອົງການກອງທຶນສະຫະປະຊາຊາດເພື່ອປະຊາກອນ UNFPA ປະຈໍາລາວ Rizvina de Alwis ກ່າວຕໍ່ອົງການ IRIN ວ່າມີພຽງ 38 ສ່ວນຮ້ອຍຂອງແມ່ຍິງ ເກີດລູກໂດຍມີຜູ້ທີ່ມີ ຄວາມ ຊໍານານຊ່ວຍເອົາອອກ. ອັຕຣາການເສັຽຊີວິດ ຂອງແມ່ ຢູ່ໃນ 357 ຕໍ່ 1 ແສນຄົນ ຄືຫລຸດຈາກ 405 ຄົນ ເມື່ອປີ 2005.

ແຕ່ເຖິງແນວໃດ ສປປລາວ ກໍຍັງເປັນໜຶ່ງ ໃນຈໍານວນປະເທດເຂດ Pacific ຕາເວັນອອກ ທີ່ມີອັຕຣາການເສັຽຊີວິດ ຂອງແມ່ ສູງທີ່ສຸດ. ສໍາລັບເດັກນ້ອຍເກີດໃໝ່ນັ້ນ ກໍສູງຄືກັນ ຄືໃນແຕ່ລະເດັກນ້ອຍ ເກີດແລ້ວມີຊີວິດຢູ່ຕໍ່ ໃນ 1 ພັນຄົນໃດ ມີ 76 ຄົນເສັຽຊີວິດ ພາຍໃນ 28 ມື້ຫລັງເກີດ.

ເຕັມຫນ້າ