ຣາຍການ ມາຟັງນຳກັນ ສັປດານີ້ ຈະນຳເອົາ ເຣື້ອງ ໃນ ເດືອນສິງຫາ ທີ່ຜ່ານມາ ປະເທສລາວ ປະສົພກັບ ໂຣຄ ຣະບາດ ແລະ ພັຍພິບັດ ທັມມະຊາດ ຫຼາຍຢ່າງ.
ບັນຫາ ຂໍ້ພິພາດ ຊາຍແດນ ລາວ-ກັມພູຊາ ທີ່ຍັງບໍ່ສາມາດ ຕົກລົງກັນໄດ້ ນັ້ນເປັນນຶ່ງ ໃນເຫດຜົນ ທີ່ລາວຕ້ອງ ໄດ້ຊື້ເຮືອບິນຣົບ ແລະ ລົດຖັງຈາກ ປະເທດ ຣັດເຊັຍ.
ອຸບັດຕິເທດ ຣົດຕໍາກັນ ຢູູໄທ ເຮັດໃຫ້ ແຮງງານລາວ ເສັຽຊິວິດ ສິບສົບ.
ເປັນຫຍັງ ປະຊາຊົນ ຈຶ່ງ ບໍ່ເຊື່ອໝັ້ນ ເຈົ້າໜ້າທີ່ ອັຍການ ແລະ ຣະບົບ ຍຸຕິທັມ ຂອງລາວ ແລ້ວ ເມື່ອ ເປັນແນວນັ້ນ ປະຊາຊົນ ຈະຫັນໜ້າ ໄປເພິ່ງໃຜ.
ສື່ມວນຊົນ ຢູ່ ສປປລາວ ຮວມທັງ ສື່ສັງຄົມ ອອນລາຍ ຍັງຂາດເສຣີພາບ ຢ່າງຮຸນແຮງ ຍ້ອນພັກ ປະຊາຊົນ ປະຕິວັດລາວ ຖືເປັນກະບອກສຽງ ສຳຄັນ ໃນການໂຄສະນາ ເພື່ອຜົນປະໂຫຍດ ຂອງຕົນ.
ເຄືອຂ່າຍ ອົງການຈັດຕັ້ງ ພາກ ປະຊາສັງຄົມ ສາກົນ ຍັງສືບຕໍ່ ທວງຖາມ ເຖິງຄວາມ ຮັບຜິດຊອບ ຈາກ ຜູ້ມີສ່ວນກ່ຽວຂ້ອງ ກັບເຫຕການ ເຂື່ອນ ເຊປຽນ ເຊນ້ຳນ້ອຍ ແຕກ ໃນວາຣະຄົບຮອບ 1 ປີ.
ສົນທິສັນຍາ ມິຕພາບ ແລະ ການຮ່ວມມື ລາວ-ວຽດນາມ ມາຮອດປີນີ້ ກໍຄົບຮອບ 42 ປີ ມີປໂຍດຫຍັງແດ່ ໃຫ້ແກ່ລາວ, ຫຼືເປັນຄືຫຼາຍຄົນ ເວົ້າວ່າ ສັນຍາ "ວຽດນາມ ຄອບຄອງລາວ"